ບໍລິສັດພວກເຮົາຈະສົ່ງມອບວຽກແປຕາມວິທີທີ່ໄດ້ຕົກລົງກັບລູກຄ່າ ແລະ ຮູບແບບຂອງບົດແປມີແບບດຽວກັນກັບບົດເດີມ ແລະ ເປັນສະບັບພາສາດຽວ. ວິທີສົ່ງມອບທີ່ໃຊ້ປະຈໍາ: ສົ່ງເຂົ້າອີເມວ ຫຼື ສົ່ງຜ່ານວິແຊັດ. ຖ້າຫາກວ່າຟາຍບົດແປມີຂະໜາດເກີນກຳນົດການອັບໂຫຼດຂອງອີເມວ ຫຼືວ່າມີຄວາມຕ້ອງການອື່ນ, ສອງຝ່າຍຈະປຶກສາຫາລືວິທີສົ່ງມອບຕ່າງຫາກ. ຫຼັງຈາກລູກຄ້າໄດ້ຮັບບົດແປແລ້ວ, ຄວນແຈ້ງຕອບພາຍໃນວັນເຮັດວຽກ 1 ວັນວ່າ ໄດ້ຮັບແລ້ວຫຼືຍັງ. ຖ້າຫາກວ່າລູກຄ້າບໍ່ໄດ້ຢືນຢັນພາຍໃນກຳນົດເວລາທີ່ຕົກລົງກັນໄວ້, ທາງບໍລິສັດພວກເຮົາສະໜອງຫຼັກຖານຢັ້ງຢືນການສົ່ງຟາຍອອກ, ຈະຖືວ່າລູກຄ້າໄດ້ຮັບແລ້ວ.
ພາຍໃນໄລຍະເວລາຮັບປະກັນທີ່ໄດ້ຕົກລົງກັນໄວ້, ຖ້າຫາກວ່າລູກຄ້າມີຂໍ້ສົງໄສຕໍ່ບົດແປ, ບໍລິສັດພວກເຮົາຈະທຳການປັບ ປຸງ ຫຼື ການກວດແກ້ບົດແປຕາມມາດຕະຖານຄຸນນະພາບທີ່ໄດ້ຕົກລົງກັນໄວ້ ໂດຍປະສົມປະສານກັບຄວາມຕ້ອງການທີ່ສົມເຫດສົມຜົນຂອງລູກຄ້າ, ເຊິ່ງຈະບໍ່ເກີດຄ່າໃຊ້ຈ່າຍອື່ນຕ່າງຫາກ; ຖ້າກາຍໄລຍະເວລາຮັບປະກັນ, ຝ່າຍ ຂ ຈະບໍ່ແບກຄວາມຮັບຜິດຊອບໃນການແກ້ໄຂບົດແປແບບບໍ່ເສຍຄ່າ.
ຍົກເວັ້ນສອງຝ່າຍໄດ້ຕົກລົງກັນໄວ້ເປັນຢ່າງອື່ນ, ລູກຄ້າຈະຕ້ອງສຳເລັດວຽກການກວດຮັບພາຍໃນ 7 ວັນເຮັດວຽກນັບຕັ້ງແຕ່ວັນທີ່ໄດ້ມີການສົ່ງມອບບົດແປ. ຖ້າຫາກວ່າພາຍໃນ 7 ວັນເຮັດວຽກ ຫຼື ພາຍໃນໄລຍະເວລາທີ່ສອງຝ່າຍໄດ້ຕົກລົງກັນໄວ້,ລູກຄ້າບໍ່ໄດ້ສະເໜີຄຳເຫັນປັບປຸງແກ້ໄຂຢ່າງເປັນລາຍລັກອັກສອນ ຫຼື ຕັ້ງຂໍ້ສົງໄສຕໍ່ຄຸນນະພາບຂອງບົດແປ, ຈະຖືວ່າລູກຄ້າໄດ້ຍອມຮັບວ່າບົດແປດັ່ງກ່າວໄດ້ບັນລຸຄວາມຕ້ອງການໃນການກວດຮັບໝົດ.
ບໍລິສັດພວກເຮົາສາມາດອອກໃບບິນສະເພາະປະເພດອາກອນມູນຄ່າເພີ່ມ ຫຼື ໃບບິນທົ່ວໄປ. ຖ້າລູກຄ້າຕ້ອງການໃຫ້ອອກໃບບິນ, ສາມາດຕິດຕໍ່ກັບຜູ້ຈັດການຝ່າຍລູກຄ້າທີ່ຕິດຕໍ່ພົວພັນວຽກໂດຍກົງ ຫຼື ສາມາດໃຊ້ກ່ອງສົນທະນາພາຍໃນເວັບໄຊເພື່ອສອບຖາມຜູ້ບໍລິການລູກຄ້າອອນລາຍ ຫຼື ສາມາດໂທຫາສາຍດ່ວນບໍລິການ 400-8858-558 ເພື່ອບອກຄວາມຕ້ອງການຂອງທ່ານ.ບໍລິສັດພວກເຮົາຈະແຕ່ງຕັ້ງຄົນໄປຕິດຕາມແກ້ໄຂສະເພາະ, ຫຼັງຈາກໄດ້ຂໍອອກໃບບິນໜຶ່ງອາທິດແລ້ວ,ແມ່ນສາມາດອອກໃບບິນໄດ້.
ບໍລິສັດພວກເຮົາຈະຮັກສາຄວາມລັບຂອງຂໍ້ມູນ ແລະເອກະສານທັງໝົດທີ່ລູກຄ້າໄດ້ສະໜອງຢ່າງເຄັ່ງຄັດ. ບໍລິສັດພວກເຮົາມີໃບຮັບຮອງລະບົບຄວາມປອດໄພດ້ານຂໍ້ມູນຂ່າວສານ ISO 27001 ແລະ ໄດ້ກຳນົດໃຫ້ພະນັກງານທຸກຄົນເຊັນສັນ ຍາຮັກສາຄວາມລັບ, ນອກນັ້ນ, ພວກເຮົາຍັງໄດ້ຈັດຊຸດຝຶກອົບຮົມກ່ຽວກັບການຮັກສາຄວາມລັບຢ່າງເປັນປະຈໍາ, ໄດ້ສ້າງກຳແພງປ້ອງກັນຄວາມປອດໄພດ້ານຂໍ້ມູນຂ່າວສານຢ່າງຮອບດ້ານ.
ລິຂະສິດທາງປັນຍາຕໍ່ບົດແປ ແລະ ບົດປະພັນການແປຈະຕົກເປັນຂອງຝ່າຍລູກຄ້າ ຫຼັງຈາກຝ່າຍລູກຄ້າໄດ້ຊຳລະເງິນໝົດແລ້ວ, ແຕ່ຝ່າຍພວກເຮົາໄດ້ສະຫງວນສິດໃນການອອກຊື່ ແລະ ສິດໃນການປັບປຸງແກ້ໄຂ, ດັ່ງນີ້ເປັນຕົ້ນ.